ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳລັງກອງທັບປະຊາຊົນລາວເດີນທາງເຂົ້າຮ່ວມຊ້ອມຮົບຫຼາຍຝ່າຍທີ່ເມືອງຈ້ານຈ້ຽງ ສປ ຈີນ


     ວັນທີ 11 ພະຈິກ 2023 ນີ້, ກຳລັງກອງທັບປະຊາຊົນລາວ ຈໍານວນ 104 ສະຫາຍ ໄດ້ເດີນທາງເຂົ້າຮ່ວມຊ້ອມຮົບຫຼາຍຝ່າຍ
“ AMAN YOUYI-2023“ ( ສັນຕິພາບ ມິດຕະພາບ-2023 ) ທີ່ເມືອງຈ້ານຈ້ຽງ ສປຈີນ ເຊິ່ງນໍາໂດຍ ສະຫາຍ ພົນຕີ ພັນແສງ
ບຸນພັນ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີບັນດາສະຫາຍຄະນະຊີ້ນໍາ, ຄະນະພັກ-ຄະນະບັນຊາກອງພັນ
ໃຫຍ່ 11, ກອງພັນ 233, ພະນັກງານວິຊາການ ແລະ ກຳລັງເຂົ້າຊ້ອມຮົບຕົວຈິງເຂົ້າຮ່ວມ ໃຫ້ການຕ້ອນຮັບໂດຍ ສະຫາຍ ພັນເອກ
ພິເສດ ລີຈິ່ງ ຮອງຫົວໜ້າຫ້ອງການເສນາທິການເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມຄະນະ.

     ການເດີນທາງເຂົ້າຮ່ວມຊ້ອມຮົບໃນຄັ້ງນີ້, ປະກອບມີ 6 ປະເທດເຂົ້າຮ່ວມຄື: ສປ ຈີນ ( ປະເທດເຈົ້າພາບ ), ລາວ, ຫວຽດນາມ,
ກຳປູເຈຍ, ມາເລເຊຍ ແລະ ໄທ. ທັງນີ້, ເພື່ອຝຶກຊ້ອມປະສົມຂອງກຳລັງແຕ່ລະປະເທດ ໃຫ້ມີຄວາມຊໍານິຊໍານານ, ປະສານກົມກຽວ
ພ້ອມກັນເຮັດສຳເລັດໜ້າທີ່ ແກ້ໄຂກໍລະນີຮ່ວມກັນຫຼາຍຝ່າຍ ເພື່ອເພີ່ມທະວີຄວາມໄວໃນການຕອບໂຕ້, ການພົວພັນກັນໃນການປະ
ຕິບັດພາລະກິດໃຫ້ມີປະສິດທິຜົນ ແລະ ເປັນການເພີ່ມທະວີຄວາມສາມັກຄີໃນການດຳເນີນວຽກງານດ້ານຕ່າງໆຂອງກຳລັງຂ້າມຊາດ
ພາຍໃນພາກພື້ນອາຊີ-ປາຊີຟິກໃນສະຖານະການປະຕິວັດວິກິດເຊິ່ງມັນອອກແບບມາເພື່ອຫຼຸດຜ່ອນລັກສະນະສະເພາະຂອງການວາງ
ແຜນປະຕິວັດວິກິດການຫຼາຍປະເທດ ເພື່ອເພີ່ມທະວີມິດຕະພາບລະຫວ່າງຊາດ ແລະ ເພື່ອຈັບມືກັນປ້ອງກັນສັນຕິພາບໂລກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 13/11/2023